ຄວາມເປັນມາຂອງບໍລິສັດ

ບໍລິສັດ ກຣຸ໊ບລີຊຈຳກັດ ຫຼື ຈີແອລ ແມ່ນຖືກກໍ່ຕັ້ງໃນວັນທີ 6 ພຶດສະພາ 1986, ເພື່ອດຳເນີນທຸລະກິດເຊົ່າຊື້ລົດໃນກຸງເທບ ແລະ ປະລິມົນທົນ. ໃນປີ 1990, ກຸ່ມຜູ້ຖືຫຸ້ນໃໝ່ໄດ້ເຂົ້າມາຊື້ກິດຈະການຜູ້ຖືຫຸ້ນຄົນເກົ່າ ແລະ ມຸ່ງເນັ້ນໃສ່ການຂະຫຍາຍທຸລະກິດ ເຊົ່າ-ຊື້ ລົດຈັກ ແລະ ໄດ້ຊະລະບໍລິການ ເຊົ່າ-ຊື້ ລົດຈັກ ຫຼັງຈາກນັ້ນ ບໍລິສັດໄດ້ມີການຂະຫຍາຍກິດຈະການ ເຊົ່າ-ຊື້ ໂດຍໃຫ້ເຊົ່າສິນຄ້າອື່ນໆພ້ອມ, ເຊັ່ນ: ລົດສິບລໍ້, ເຄື່ອງຈັກ, ແລະ ແທ່ນພິມ ເຊັ່ນດຽວກັບການຂະຫຍາຍໄປສູ່ທຸລະກິດດ້ານເຊົ່າສິນຊື່ອ, ການຊື້-ຂາຍລູກໜີ້ທາງການຄ້າ, ແລະ ການຈັດຫາເງິນທຶນສຳລັບຊັບສິນ ແລະ ສິນເຊື່ອສ່ວນບຸກຄົນ. ຕັ້ງແຕ່ປີ 2004, ທຸລະກິດຫຼັກໆ​ຂອງບໍລິສັດ ແມ່ນເນັ້ນໃສ່ການເຊົ່າຊື້ລົດຈັກ.

ໃນປີ 2007, ແມ່ນໄດ້ມີຜູ້ຖືຫຸ້ນໃໝ່ເຂົ້າມາ, ບໍລິສັດ ເອພີເອຟ ກຣຸ໊ບ, ເຊິ່ງໄດ້ມາຊື້ຫຸ້ນໃນຕະຫຼາດຫຼັກຊັບ ແລະ ກາຍເປັນຜູ້ຖືຫຸ້ນລາຍໃຫຍ່ຈົນຮອດປັດຈຸບັນນີ້. ໃນສີ່ປີທຳອິດ ຫຼັງການຊື້ຫຸ້ນຂອງບໍລິສັດ ເອພີເອຟ, ບໍລິສັດໄດ້ມຸ່ງເນັ້ນໃສ່ການປັບປຸງທຸລະກິດຢູ່ປະເທດໄທ ເນື່ອງຈາກວ່າມັນເປັນຕະຫຼາດດຽວຂອງບໍລິສັດໃນຕອນນັ້ນ. ໃນປີ 2012, ບໍລິສັດໄດ້ຕັດສິນໃຈ ຂະ ຫຍາຍທຸລະກິດນອກປະເທດໄທ ແລະ ມຸ່ງເນັ້ນໃສ່ຕະຫຼາດອາຊຽນ ເຊິ່ງເປັນການເພີ່ມມູນຄ່າໃຫ້ກັບຜູ້ຖືຫຸ້ນ ແລະ ເປັນການເພີ່ມຜົນກຳໄລໃຫ້ບໍລິສັດພ້ອມ, ດັ່ງນັ້ນ ບໍລິສັດໄດ້ທໍາການປະຕິຮູບການຄຸ້ມຄອງບໍລິຫານ ແລະ ໄດ້ເລີ່ມຂະຫຍາຍກິດຈະ ການ ໄປສູ່ຕະຫຼາດອາຊຽນຢ່າງວ່ອງໄວ ໂດຍໃຊ້ຮູບແບບທຸລະກິດທີ່ສ້າງຂຶ້ນມາໃໝ່ ເຊິ່ງໄດ້ໃຊ້ກັບທຸລະກິດໃນປະເທດກຳປູ ເຈຍກ່ອນອື່ນ. ໃນປີ 2015, ອີງໃສ່ຄວາມສຳເລັດທີ່ໄດ້ປະສົບຜ່ານມາໃນປະເທດກຳປູເຈຍ, ບໍລິສັດໄດ້ຂະຫຍາຍທຸລະກິດ ຢູ່ ປະເທດລາວ. ຮູບແບບທຸລະກິດດັ່ງກ່າວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ບໍລິສັດ ຈີແອລ ກາຍເປັນ ‘ຜູ້ໃຫ້ບໍ ລິການດິຈິຕອນໄຟແນນແພຼດຟອມ.’ ສິ່ງດັ່ງກ່າວໄດ້ສ້າງຕະຫຼາດໃໝ່ໃຫ້ກັບພວກເຮົາ, ໂດຍສະເພາະສໍາລັບຜູ້ຈັດຈໍາໜ່າຍສິນ ຄ້າ ແລະ ຜູ້ບໍລິໂພກ, ຜ່ານແພຼດຟອມທີ່ໂດດເດັ່ນຂອງບໍລິສັດຈີແອລ ເຊິ່ງເປັນການປະສົມປະສານກັນ ແບບມີເອກະລັກເປັນຂອງຕົວເອງ ລະຫວ່າງລະບົບເຄືອຂ່າຍຂອງການຂະຫຍາຍຈຸດໃຫ້ບໍລິການການຂາຍ (POS network) ແລະ ເຄືອຂ່າຍລະ ບົບອີໄຟແນນ (E-Finance system network).

ໃນປີ 2016, ເນື່ອງຈາກວ່າບໍລິສັດໄດ້ປະສົບຜົນສຳເລັດໃນການຂະຫຍາຍຕະຫຼາດໃໝ່ໆ ມາຫຼາຍບ່ອນແລ້ວ, ບໍລິສັດໄດ້ຕັດສິນໃຈວ່າບໍ່ຄວນຈະຈຳກັດໂອກາດຂອງຕົນໃນການຂະຫຍາຍທຸລະກິດພຽງແຕ່ພາຍໃນອາຊຽນ, ແຕ່ຄວນເປີດໂອກາດຂະຫຍາຍທຸລະກິດໄປທົ່ວໂລກແບບເທົາທຽມກັນ. ດັ່ງນັ້ນ, ໃນຂະນະທີ່ພວກເຮົາໄດ້ສືບຕໍ່ຂະຫຍາຍທຸລະກິດໄປສູ່ຕະຫຼາດອາຊຽນ ເຊິ່ງລວມເຖິງປະເທດມຽນມາ ແລະ ອິນໂດເນເຊຍໃນປີທີ່ຜ່ານມາ, ບໍລິສັດຂອງພວກເຮົາຍັງໄດ້ຂະຫຍາຍທຸລະກິດໄປປະເທດສີລັງກາ ເຊິ່ງບໍ່ແມ່ນປະເທດໃນອາຊຽນ. ດ້ວຍການມຸ່ງໜ້າໄປຫາປະເທດອື່ນ, ພວກເຮົາຫວັງວ່າຈະໄດ້ມີໂອກາດຂະຫຍາຍທຸລະກິດໄປສູ່ຕະຫຼາດໃໝ່ທົ່ວໂລກ ໂດຍການນຳໃຊ້ຮູບແບບທຸລະກິດ ແບບ ‘ດິຈິຕອນໄຟແນນແພຼດຟອມ’ ແລະ ເຮັດໃຫ້ບໍລິສັດຂອງພວກເຮົາກາຍເປັນບໍລິສັດລະດັບໂລກໄດ້ຢ່າງແທ້ຈິງ.