ວິໄສທັດ

ປັດຈຸບັນນີ້, ວິໄສທັດຂອງບໍລິສັດ ແມ່ນການເປັນ “ຜູ້ໃຫ້ບໍລິການດິຈິຕອນໄຟແນນແພຼດຟອມ ສຳລັບທຸລະກິດພັນຫຼ້ານ” ຢູ່ໃນອາຊຽນ ແລະ ອາດຈະໄກກວ່ານັ້ນອີກໃນອະນາຄົດ.

ໃນປີ 2012, ບໍລິສັດໄດ້ຂະຫຍາຍທຸລະກິດໄປຮອດປະເທດກຳປູເຈຍ ດ້ວຍໃບອະນຸຍາດດຳເນີນກິດຈະການດ້ານເຊົ່າສິນເຊື່ອ ທີ່ໄດ້ຮັບຈາກ ທະນາຄານແຫ່ງຊາດ ຂອງປະເທດກຳປູເຈຍ ເປັນຜູ້ທຳອິດ, ແລະ ໄດ້ຮັບສິດທິພິເສດໃນການເປັນຜູ້ໃຫ້ສິນເຊື່ອເຊົ່າຊື້ລົດຈັກຮອນດ້າ ຢູ່ ປະເທດກຳປູເຈຍ, ​ແລະ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ແລະ ຂໍ້ຕົກລົງຮ່ວມມືທາງທຸລະກິດກັບບໍລິສັດ ສະຫຍາມຄູໂບຕ້າ ຈຳກັດ, ເຊິ່ງເປັນຜູ້ຜະລິດອຸປະກອນເຄື່ອງຈັກເພື່ອກະສິກໍາຊັ້ນນໍາ ໃນປະເທດກຳປູເຈຍ. ຕົວແບບທຸລະກິດໃນປະເທດກຳປູເຈຍ ແມ່ນການເປັນ ‘ຜູ້ໃຫ້ບໍລິການດິຈິຕອນໄຟແນນແພຼດຟອມ’, ເຊິ່ງເປັນການປະສົມປະສານກັນ ຂອງຮູບແບບການໃຫ້ບໍລິການທີ່ເນັ້ນໃສ່ເຕັກໂນໂລຊີ ດ້ວຍຊອບແວຣ໌ ‘ອີ-ໄຟແນນ’ ທີ່ໄດ້ພັດ ທະນາຂຶ້ນມາພາຍໃນບໍລິສັດ ກັບຮູບແບບການເປີດໃຫ້ມີເຄືອຂ່າຍຂອງຈຸດໃຫ້ບໍລິການການຂາຍຂອງພວກເຮົາທີ່ໜາແໜ້ນ ແລະ ຄອບຄຸມພື້ນທີ່ໃຫ້ກວ້າງ. ຈາກມູມມອງຂອງບໍລິສັດຈີແອລ, ການເພີ່ມຂຶ້ນຂອງປະຊາກອນຊັ້ນກາງ ໃນພື້ນທີ່ຊົນນະບົດ ແມ່ນກະແຈສຳຄັນ ສູ່ຄວາມສຳເລັດຂອງພວກເຮົາ ແລະ ເປັນເປົ້າໝາຍໃນການຂະຫຍາຍທຸລະກິດຂອງເຮົາຕໍ່ໄປ ໂດຍທີ່ລະ ບົບເຄືອຂ່າຍຊ໊ອບແວຣ໌ ທີ່ເນັ້ນໃສ່ເຕັກໂນໂລຊີ ປະສົມປະສານກັບເຄືອຂ່າຍຈຸດໃຫ້ບໍລິການການຂາຍ ທີ່ບໍລິສັດນຳໃຊ້ໃນການດຳເນີນທຸລະກິດນັ້ນ ເປັນຕົວແບບທີ່ມີຄ່າໃຊ້ຈ່າຍຕ່ຳ ແລະ ສາມາດຂະຫຍາຍຕົວໄດ້ໄວ ເພື່ອຕອບສະໜອງຄວາມຕ້ອງ ການ.